ຊາວບາຮາຍເຮັດຫຍັງແດ່

“ຕອບກັບ ການຮຽກຮ້ອງ ຂອງພຣະບາຮາອຸລລາຫ໌”

 

“ໃນນັ້ນຈຳເປັນຕ້ອງມີຫຍັງແດ່? ຄວາມຮັກຕໍ່ມະນຸດຊາດ, ຄວາມຈິງໃຈຕໍ່ທຸກຜູ້ຄົນ, ການສະທ້ອນໃຫ້ເຫັນ ຄວາມເປັນໜື່ງດຽວ ຂອງໂລກແຫ່ງມະນຸດຊາດ, ການເສຍສະລະອາສາ, ການເຂົ້າໃກ້ຊິດກັບ ແປວໄຟແຫ່ງຄວາມຮັກ ຕໍ່ພຣະຜູ້ເປັນເຈົ້າ, ການຂົນໄຂວ ເອົາຄວາມຮູ້ກ່ຽວກັບພຣະຜູ້ເປັນເຈົ້າ ແລະ ຄວາມຮູ້ທີ່ນໍາມາ ເຊິງຄວາມຜາສຸກຂອງມະນຸດ” – ພຣະອັບດຸລບາຮາ

 

ແນວຄິດກໍ່ເປັນຈຸດແຕກຕ່າງ ໃນຄໍາສອນສາສະໜາບາຮາຍ ແມ່ນການຂັດເກົາ ຄຸນລັກສະນະພາຍໃນ ຂອງຕົນເອງ ແລະການຮັບໃຊ້ມະນຸດຊາດ ຖືເປັນສິງທີ່ແຍກຈາກກັນບໍ່ໄດ້ ໃນຊິວິດ.

ທ່ານ ໂຊກີ ເອຟເຟນດີ ໃນຈົດໝາຍສະບັບໜຶງ ທີ່ຖືກຂຽນໃນນາມຂອງທ່ານ ມີເນື້ອໃນດັ່ງນີ້:

ພວກເຮົາບໍ່ສາມາດ ແບ່ງແຍກຫົວໃຈຂອງມະນຸດ ອອກຈາກສິງແວດລ້ອມ ພາຍນອກຂອງເຮົາໄດ້

ແລະກ່າວໄດ້ວ່າເມື່ອເວລາໃດ ໜຶ່ງໃນສອງນີ້ ໄດ້ຮັບການປະຕິຮູບ ທຸກຢ່າງຈະໄດ້ຮັບການປັບປຸງຂື້ນ

ມະນຸດກໍ່ຄືສວນໜື່ງ ຂອງທັມມະຊາດໃນໂລກ. ຊິວິດດ້ານໃນຂອງມະນຸດ ເປັນຕົວຫຼໍ່ແບບ ໃຫ້ສິງແວດລ້ອມຂອງເຂົາ ແລະຊິວິດດ້ານໃນເອງ ກໍ່ໄດ້ຮັບຜົນກະທົບຢ່າງເລິກເຊິງ ຈາກສິງແວດລ້ອມ ເຊັ່ນດຽວກັນ ດ້ານໜຶ່ງມີຜົນຕໍ່ອິກດ້ານກົງກັນຂ້າມ ແລະ ທຸກການປ່ຽນແປງ ຂອງຊິວິດມະນຸດ ແມ່ນເປັນຜົນປະຕິກິລິຍາ ລະຫວ່າງທັງສອງ ຢ່າງກ່າວມານີ້.

 

ດ້ວຍຄວາມກະຈ່າງແຈ້ງດັ່ງນີ້, ຊາວບາຮາຍ ໄດ້ຮັບຮູ້ເຖິງຄຸນຄ່າ ຂອງການທໍາງານ ຂອງຈຸດປະສົງແບບສອງທົບ ທີ່ເປັນພື້ນຖານໃຫ້ແກ່ຊີວິດຂອງພວກເຂົາ: ເພື່ອເອົາໃຈໃສ່ ຕໍ່ຄວາມຈະເລີນ ທາງດ້ານຈິດວິນຍານ ຂອງຕົວເອງ ແລະ ຂອງສ່ວນລວມ ແລະ ພ້ອມກັນນັ້ນ ກໍ່ປະກອບສ່ວນ ເຂົ້າໃນການປ່ຽນແປງສັງຄົມ.

 

ຈຸດປະສົງສອງພົບນີ້ ຊ່ວຍວາງຮູບແບບການ ກິດຈະກໍາຂອງສາສະນິກະຊົນ ໃນທົ່ວທຸກເຂດ

ຕົວຢ່າງເຊັ່ນ ສາສະນິກະຊົນບາຮາຍ ບໍ່ພຽງແຕ່ສວດມົນອະທິຖານ ແລະ ທົບທວນປະຈໍາວັນ ໃນຊິວິດສ່ວນຕົວຂອງເຂົາ,  ແຕ່ … ພ້ອມດຽວກັນນັ້ນ ເຂົາຕ້ອງໃຊ້ຄວາມພະຍາຍາມ

ແຜ່ດວງຈິດ ແຫ່ງການພະວັນນາ ໄປໃນອ້ອມຂ້າງຂອງເຂົາ, ພວກເຂົາຖຶກຮຽກຮ້ອງ,

ບໍ່ແມ່ນແຕ່ຕ້ອງສ້າງຄວາມເລິກເຊິງ ໃນຄວາມຮູ້ໃນສາສະໜາຂອງເຂົາເອງ ແຕ່ .. ພ້ອມດຽວກັນ ກໍ່ຕ້ອງແບ່ງປັນກັບຜູ້ອື່ນ ກ່ຽວກັບຄໍາສອນ ຂອງພຣະຍາຮາອຸລລາຫ໌, ພວກເຂົາບໍ່ພຽງແຕ່ຕ້ອງ ຮຽນຮູ້ ການຫັກຫ້າມຄວາມເຫັນແກ່ຕົວ ແລະ ຄວາມຖືຕົວ ໃນຊິວິດຂອງເຂົາ, ແຕ່ … ພ້ອມທັງບຸກບືນ ດ້ວຍຄວາມເດັດດ່ຽວ ແລະ ຄວາມຖອມຕົນ, ເພື່ອອ່ວຍຄືນ ແຮງຈູງໃຈຂອງວັດທະນະທໍາທີ່ຍົກສູງ ຄວາມໝົກມຸ້ນໃນແຕ່ຄວາມສຸກຂອງຕົນເອງ ແລະພັງທະລາຍຮາກຖານ ຂອງຄວາມເປັນເອກກະພາບ.

 

ການຍ່າງບົນເສັ້ນທາງ ແຫ່ງຈິດວິນຍານ

ຄຳສອນບາຮາຍ ເນັ້ນພິເສດວ່າ ແຕ່ລະຄົນຕ້ອງຮັບຜິດຊອບ ຕໍ່ການພັດທະນາ ທາງດ້ານຈິດວິນຍານ ຂອງໃຜ່ລາວ. ໃນລະຫວ່າງທີ່ສະຖາບັນຕ່າງໆມີໄວ້ເພື່ອນຳພາ ແລະ ປ່ອຍກຳລັງແຮງ, ແລະ ຊີວິດຊຸມຊົນບາຮາຍ ແມ່ນໄດ້ຖືກຕັ້ງຄຸນລັກສະນະໄວ້ ດ້ວຍບັນຍາກາດແຫ່ງການປຶກສາຫາລື ແລະ ການກະຕຸ້ນຊຸກຍູ້ ຢ່າງອົບອຸ່ນ, ຄວາມຮັບຜິດຊອບຕໍ່ການເຕີບໃຫຍ່ທາງຈິດວິນຍານ ໃນທີ່ສຸດແລ້ວ ຂື້ນກັບແຕ່ລະບຸກຄົນເອງ. ຕາມເປັນຄວາມຈິງວແລ້ວ, ບໍ່ມີນັກບວດໃນສາສະໜາບາຮາຍ; ຊຸມຊົນບາຮາຍ ບໍ່ສາມາດເອີ້ນວ່າເປັນ ລັກສະນະຮູບແບບ ນັກບຸນ ແລະ ຂະນະ, ແລະບໍ່ແມ່ນ ເປັນກຸ່ມຜູ້ເຊື່ອຖືໃດໜຶ່ງ ນຳພາໂດຍບຸກຄົນໃດໜື່ງ ທີ່ຖືວ່າມີຄວາມຮູ້ ແລະ ໄດ້ຮັບອຳນາດ ໃນການຕີຄວາມໝາຍ ຂອງພຣະຄຳພີສັກສິດ.

 

“ຈົ່ງໃຫ້ແຕ່ລະເຊົ້າດີກວ່າວັນກ່ອນ ແລະ ແຕ່ລະມື້ໃໝ່ອຸດົມ ກວ່າມື້ວານ” – ພຣະບາຮາອຸລລາຫ໌

 

ລັກສະນະກົນໄກການປ່ຽນຜັນ ຂອງການຍ່າງບົນເສັ້ນທາງແຫ່ງຈິດວິນຍານ ແມ່ນເປັນເລື່ອງທີ່ ຊາວບາຮາຍ, ທັງສ່ວນບຸກຄົນ ແລະ ສ່ວນລວມ, ກຳລັງຄົ້ນຄວ້າຢູ່ຢ່າງບໍ່ຂາດ ຕະຫຼອດເວລາ ການດໍາເນີນກິດຈະກຳ ແລະ ການປຶກສາຫາລືຕ່າງໆ. ປັດໄຈບ່າງຢ່າງ ກໍ່ເຫັນໄດ້ຈະແຈ້ງແລ້ວວ່າ: ການສຸມໃສ່ພຽງແຕ່ຕົນເອງ ພິສູດໃຫ້ເຫັນວ່າໄຮ້ປະໂຫຍດ; ເຫັນໄດ້ວ່າ ເສັ້ນທາງນີ້ ແມ່ນຕ້ອງຍ່າງໄປ ເປັນໝູ່ຄະນະ – ຕ່າງຄົນຕ່າງມອບ ແລະ ຮັບເອົາຄວາມຮັກແພງເຊິ່ງກັນແລະກັນ, ການຊ່ວຍເຫຼືອ ແລະ ການຊຸກຍູ້ໃຫ້ກຳລັງໃຈ; ເຫັນໄດ້ວ່າ ທຸກຄວາມຮູ້ສຶກຖືຕົນ ຫຼື ເຂົ້າຂ້າງຕົນເອງ ຢາກມາຄອບງຳ ຈຳຕ້ອງໄດ້ຖືກຕໍ່ຕ້ານ ດ້ວຍຈິດສຳນຶກ; ແລະ ຄວາມຖ່ອມຕົນ ເປັນສິ່ງຈຳເປັນສຳລັບການກ້າວໜ້າ.

 

ບໍ່ມີດວງວິນຍານໃດ ທີ່ກຳລັງຍ່າງບົນເສັ້ນທາງແຫ່ງຈິດວິນຍານນີ້ ສາມາດເວົ້າໄດ້ວ່າປະຕິບັດໄດ້ຢ່າງສົມບູນແບບ. ເຖິງຢ່າງນັ້ນກໍ່ຕາມ, ລັກສະນະການປຽບທຽບ ແບບທີ່ຫັກຫ້າມການປະຕິບັດ ຕາມແນວຄິດ ແລະ ຫຼັກການທີ່ຈະແຈ້ງແລ້ວນັ້ນ ບໍ່ມີປະໂຫຍດໃນທີ່ນີ້. ຊາວບາຮາຍແຕ່ລະຄົນ ໄດ້ຖືກຮຽກຮ້ອງໃຫ້ພະຍາຍາມທົບທວນຄືນ ໃນແຕ່ລະວັນ ເຖິງການສະແດງອອກຄຸນສົມບັດຂອງເຂົາ ຕາມມາດຕະຖານທີ່ໄດ້ກ່າວໄວ້ໂດຍ ພຣະບາຮາອຸລລາຫ໌, ບໍ່ວ່າມັນຈະຍາກເທົ່າໃດກໍ່ຕາມ.

 

ຄຳອະທິບາຍກ່ຽວກັບຄວາມເຊືຶ່ອຂອງຊາວບາຮາຍ ທີ່ເຖິງຖອງກວ່ານີ້ນັ້ນ ລວມມີບົດຂຽນໃນຫົວຂໍ້ຕ່າງໆກ່ຽວກັບດວງວິນຍານຂອງມະນຸດ, ບົດອະທິຖານ, ການສະມາທິ ແລະ ການພັດທະນາ ຂອງຄຸນສົມບັດທາງຈິດວິນຍານ, ທັງໝົດນີ້ສາມາດ ຊອກຫາໄດ້ໃນພາກຫົວຂໍ້ “ຊີວິດຂອງຈິດວິນຍານ” ໃນໜ້າທີ່ຊື່ວ່າ “ຄວາມເຊືຶ່ອຂອງຊາວບາຮາຍ” ໃນເວບໄຊນີ້.

 

ການພັດທະນາ ຂອງຊຸມຊົນໂລກ

ການສ້າງອະລິຍະທໍາສາກົນ ຕາມເປົ້າໝາຍຂອງພຣະບາຮາອຸລລາຫ໌ ບໍ່ສາມາດບັນລຸຜົນໄດ້ ຜ່ານຄວາມພະຍາຍາມທີ່ ກະແຈກກະຈາຍຂອງບຸກຄົນ, ບໍ່ວ່າເຂົາຈະຫວັງດີ ຫຼື ອຸທິດຕົນເທົ່າໃດກໍ່ຕາມ. ຊຸມຊົນ, ດ້ວຍຄວາມເປັນໜຶ່ງດຽວໃນແນວຄິດ ແລະ ການກະທຳ, ຈຳຕ້ອງເຂົ້າມາມີສ່ວນ, ເຕີບໃຫ່ຍ, ແລະ ເຄືອນຍ້າຍ ເພີ່ມຄວາມແຂງແຮງຂື້ນຕາມລໍາດັບ.

ຊາວບາຮາຍແຕ່ລະຄົນ ຫຼຽວເຫັນຕົນເອງເປັນສະມາຊິກ ຂອງຊຸມຊົນລະດັບທທ້ອງຖິ່ນ, ລະດັບຊາດ ແລະ ລະດັບສາກົນ ພ້ອມໆກັນ. ທຸກຄວາມພະຍາຍາມໄດ້ສຸມໃສ່ ເພື່ອໃຫ້ແນ້ໃຈວ່າ, ໃນແຕ່ລະລະດັບດັ່ງກ່າວນັ້ນ, ຊຸມຊົນຕ່າງໆ ຍັງຄົງມີຄວາມເປັນຊີວິດຊີວາ ແລະ ເປີດກວ້າງຕໍ່ທຸກຜູ້ຄົນ; ມີຄວາມລະມັດລະວັງສູງ ເພື່ອບໍ່ໃຫ້ຕົກລົງຂຸມ ຂອງການໃຫ້ສິດທິພິເສດ ແກ່ບຸກຄົນໃດໜຶ່ງ. ພຣະອັບດຸລບາຮາໄດ້ໃຫ້ຄຳປຶກສາແກ້ພວກເຮົາວ່າ: “ຈົ່ງໃຫ້ສາຍຕາຂອງເຈົ້າ ເບິ່ງບໍ່ເຫັນຄົນແປກໜ້າ; ຫາກແຕ່ ເຫັນມະນຸດທັງມວນເປັນມິດສະຫາຍ ເພາະຄວາມຮັກ ແລະ ຄວາມສາມາກຄີ ຈະໄດ້ມາຍາກ ຫາກເຈົ້າເອົາແຕ່ຈ້ອງຕາໃສ່ຜູ້ອື່ນ. ເພາະແຕ່ລະສັບພະສິ່ງ ແມ່ນສັນຍາລັກຂອງພຣະຜູ້ເປັນເຈົ້າ, ແລະ ສິ່ງນັ້ນໄດ້ບັງເກີດຂື້ນໃນໂລກ ກໍ່ຍ້ອນຄວາມກະລຸນາ ແລະ ອຳນາດຂອງພຣະອົງ; ດັ່ງນັ້ນພວກເຂົາບໍ່ແມ່ນຄົນແປກໜ້າ, ແຕ່ເປັນຄອບຄົວ; ບໍ່ແມ່ນຄົນຕ່າງດ້າວ, ແຕ່ເປັນໝູ່, ແລະ ສົມຄວນຈະໄດ້ຮັບການຕ້ອນຮັບຕາມນັ້ນ.”

ຊຸມຊົນບາຮາຍ ໄດ້ຂື້ນມາມີຕົວຕົນຢ່າງເປັນລໍາດັບ ຈາກຜູ້ຄົນແຕ່ພຽງກໍາມື ຜູ້ໄດ້ຮູ້ຂ່າວກ່ຽວກັບ ຂໍ້ຄວາມ

ຂອງພຣະບ໊ອບ, ມາເຖິງກຸ່ມຜູ້ຕິດຕາມ ທີ່ກະຕືລືລົ້ນ ຂອງພຣະບາຮາອຸລລາຫ໌ ໃນຕົວເມືອງ ແລະ ໝູ່ບ້ານຕ່າງໆ ໃນອານາຈັກເປີເຊຍ ຍຸກສັດຕະວັດທີ່ 19 ເຖິງຊຸມຊົນລະດັບໂລກ ກ່ວາຫຼາຍລ້ານຄົນ ໃນປະຈຸບັນ ໂດຍມີສະມາຊິກໃນກ່ວາ 100,000 ຂົງເຂດ ຢູ່ໃນເກືອບທຸກປະເທດທົ່ວໂລກ

ທ່ານສາມາດອ່ານເພີ່ມຕື່ມ ກ່ຽວກັບວິທີທາງແບບບາຮາຍ ຕໍ່ຊຸມຊົນ ແລະ ການສ້າງຊຸມຊົນ, ແລະ ກ່ຽວກັບ ຄວາມບຸກບືນຂອງຊາວບາຮາຍ ໃນການສ້າງຄວາມສໍາພັນໃຫ້ແຂງແກ່ນ ລະຫວ່າງແຕ່ລະບຸກຄົນ ຊຸມຊົນ ແລະ ສະຖາບັນຕ່າງໆ ໃນຫົວຂໍ້ “ຊຸມຊົນ” ເຊິງສາມາດຊອກອ່ານໄດ້ ໃນໜ້າ “ຄວາມເຊື່ອ ຂອງຊາວບາຮາຍ” ໃນເວບໄຊທ໌ ນີ້.

 

ສະຖາບັນການຝຶກອົບຮົມ

ການສ້າງໂລກທີ່ດີກວ່າ ເຮົາຕ້ອງການ ແຫຼ່ງບຸກຂະລາກອນ ທີ່ເພີ່ມຂະໜາດຂື້ນເລື້ອຍໆ ຜູ້ຄົນທີ່ມີຄວາມສາມາດປະກອບສ່ວນ ໃນການບັນລຸເປົ້າໝາຍ ໃນໜ້າວຽກຕ່າງໆ.

 

ໃນການເຊື່ອມຕໍ່ນີ້, ແນວຄິດທີ່ເອີ້ນວ່າ “ສະຖາບັນຝຶກອົບຮົມ” ໄດ້ຖືກແນະນໍາໂດຍ ສະພາຍຸດຕິທັມ

ສາກົນ ໃນກາງທົດສະວັດ 1990. ຈຸດປະສົ່ງແມ່ນເພື່ອ ຊ່ວຍເຫຼືອບຸກຄົນ ໃນການເພີ່ມຄວາມເລິກເຊິງ ຕໍ່ຄວາມເຂົ້າໃຈຂອງເຂົາ ກ່ຽວກັບຄໍາສອນບາຮາຍ ແລະ ເພື່ອເພີ່ມພູນຄວາມຮູ້ຢ່າງເລິກເຊິງ ທາງຈິດວິນຍານ ແລະ ຄວາມຊໍານານ ທີ່ສາມາດນໍາມາປະຕິບັດໄດ້ ເຊິງເປັນສິງທີ່ເຂົາຕ້ອງການ ໃນການປະຕິບັດວຽກຂອງຊຸມຊົນ.

 

ທັມມະຊາດໂດຍລວມ ຂອງສະຖາບັນການຝຶກອົບຮົມ ສາມາດເຂົ້າໃຈໄດ້ ໂດຍການມະໂນພາບ ເຖິງການສົນທະນາ ທີ່ດໍາເນີນໄປຢ່າງຕໍ່ເນື້ອງ ໃນໝູເພື່ອນຈໍານວນນັບພັນ ໃນສະຖານສັງຄົມຕ່າງໆ

– ໃນລະແວກບ້ານ, ໝູ່ບ້ານ, ໂຮງຮຽນ, ມະຫາວິທະຍາໄລ, ແລະ ບ່ອນເຮັດວຽກຕ່າງໆ –

ໂດຍກະທູ້ກ່ຽວກັບ ການປະກອບສ່ວນ ເຂົ້າໃນການຍົກລະດັບ ຂອງອະລິຍະທັມມະນຸດ

ຜ່ານການນໍາໃຊ້ຄໍາສອນ ຂອງພຣະບາຮາອຸລລາຫ໌. ໃນເວລາທີ່ ຈໍານວນຜູ້ເຂົ້າຮ່ວມໃນການສົນ

ທະນານີ້ເພີ່ມຂື້ນ, ຂະບວນການຂັ້ນຕອນຕ່າງໆ ໃນການບັນລຸ ເຖິງເປົ້າໝາຍລວມ

ທັ່ງທາງດ້ານຈິດວິນຍານ ແລະ ວັດຖຸ, ໃນແຕ່ລະພື້ນທີ່ກໍ່ໄດ້ເຄື່ອນຕົວ. ພວກເຮົາອາດຄິດກ່ຽວກັບ ສະຖາບັນການຝຶກອົບຮົມໄດ້ວ່າ, ເປັນການຫຼໍ່ລ້ຽງລະບົບ ຂອງການສຶກສາທາງໄກ ເພື່ອໃຫ້ເຊື້ອໄຟ ແລະ ອໍານວຍສະດວກ ໃຫ້ແກ່ການສົນທະນາ ທີ່ປ່ຽນຮູບຮ່າງໄປຢ່າງບໍ່ຢຸດຢັ້ງນີ້. ອົງປະກອບຫຼັກ ຂອງລະບົບ ລວມມີ “ການຮຽນກຸ່ມນ້ອຍ”, ຜູ້ອໍານວຍຄວາມສະດວກ, ແລະບົດຮຽນຈໍານວນໜຶງ ທີ່ມີຮາກຖານ ຢູ່ໃນຄໍາສອນບາຮາຍ, ບົດຮຽນທີ່ກ່າວເຖິງ ຄວາມໃຈອັນເລິກເຊິ່ງ ທາງຈິດວິນຍານ ແລະ ຄວາມຮູ້ ທີ່ໄດ້ມາຈາກການ ແປຄໍາສອນ ຂອງພຣະບາຮາອຸລລາຫ໌ ໃຫ້ປາກົດເປັນຈິງ. ບົດຮຽນເຫຼົ່ານີ້ ຊ່ວຍໃຫ້ແຕ່ລະບຸກຄົນ ເຂົ້າມາໃນການ ສົນທະນາ ແລກປ່ຽນ ກ່ຽວກັບສິ່ງທີ່ຊຸມຊົນບາຮາຍ ໄດ້ຮຽນຮູ້ ຜ່ານປະສົບການ ໃນລະຫວ່າງທີ່ພວກເຂົາ ໄດ້ພະຍາຍາມ ປະກອບສ່ວນເຂົ້າໃນການ ຍົກລະດັບ ອະລິຍະທໍາໃໝ່. ສໍາຄັນໄປກວ່ານັ້ນ, ບົດຮຽນເຫຼົ່ານີ້ ຍັງຊ່ວຍໃຫ້ຜູ້ຮຽນ ມີສ່ວນຮ່ວມເຂົ້າໃນຂະບວນການ ຂອງການຮຽນຮູ້ ແລະ ນໍາໃຊ້ຄວາມຮູ້ທີ່ເໝາະສົມ.

 

ກຸ່ມຮຽນກຸ່ມນ້ອຍ ແມ່ນກຸ່ມຄົນນ້ອຍ ທີ່ພົບປະກັນຢ່າງໜ້ອຍ 1-2 ເທື່ອຕໍ່ອາທິດ ເປັນເວລາ 2-3 ຊົ່ວໂມງ, ສ່ວນຫຼາຍຢູ່ທີ່ບ້ານ ຂອງໜື່ງໃນສະມາຊິກເອງ, ເພື່ອເຂົາຈະໄດ້ຮຽນບົດຮຽນຮ່ວມກັນ. ຜູ້ມີອາຍຸ 15 ປີຂື້ນໄປ, ບໍ່ວ່າຈະເປັນບາຮາຍຫຼືບໍ່, ກໍ່ສາມາດຮ່ວມຮຽນໄດ້. ກຸ່ມນີ້ໄດ້ຖືກເຕົ້າໂຮມໂດຍຜູ້ ອຳນວຍຄວາມສະດວກ ທີ່ຂື້ນກັບສະຖາບັນຝຶກອົບຮົມ. ຜູ້ອຳນວຍຄວາມສະດວກເອງ ບໍ່ໄດ້ຖືສິດຖາ ນະພິເສດໃດໆ. ພວກເຂົາພຽງແຕ່ ເປັນຜູ້ທີ່ໄດ້ຮຽນໄປໄກກວ່າສ່ວນໜື່ງເທົ່ານັ້ນ. ທຸກໆຄົນມີທ່າແຮງ ໃນການຮັບໃຊ້ ໃນນາມຜູ້ອຳນວຍຄວາມສະດວກ ອີງຕາມໂອກາດ, ໃນຂະນະທີ່ເຂົາເອງກຳລັງເຂົ້າ ຮ່ວມຮຽນຮູ້ໃນກຸ່ມນ້ອຍອື່ນ. ບັນດາຜູ້ເຂົ້າຮ່ວມ ຖືວ່າເປັນຜູ້ຮັບຜິດຊອບ ຕໍ່ການຮຽນຮູ້ຂອງຕົວເຂົາເອງ, ແລະ ຜູ້ອຳນວຍຄວາມສະດວກທັງຫຼາຍ ກໍ່ພະຍາຍາມສ້າງບັນຍາກາດ ທີ່ຊຸກຍູ້ໃຫ້ແຕ່ລະຄົນ ເປັນ ເຈົ້າການໃນຂະບວນການສຶກສາ ທີ່ເຂົາກຳລັງດຳເນີນຢູ່. ກຸ່ມຮຽນກຸ່ມນ້ອຍ ຄວນເປັນພື້ນທີ່ ທີ່ນຳໄປ ສູ່ການເພີ່ມແຮງກໍາລັງທາງຈິດວິນຍານ ແລະ ທາງຈິດສຳນຶກຂອງບຸກຄົນ. ບົດຮຽນຕ່າງໆ ລວມມີບົດ ຕອນຕ່າງໆ ທີ່ຂັດມາຈາກຄຳສອນບາຮາຍ ຕາມຫົວຂໍ້ນັ້ນໆ ແລະ ຕາມແບບການປະຕິບັດຕ່າງໆ ໃນ ການຮັບໃຊ້. ຜູ້ເຂົ້າຮ່ວມ ພ້ອມກັນໄຕ່ຕອງ ກ່ຽວກັບການນຳໃຊ້ເນື້ອໃນ ຈາກບົດຕ່ອນຕ່າງໆນີ້ ເຂົ້າໃນ ຊີວິດສ່ວນຕົວ ແລະ ສ່ວນລວມ. ໃນໝູ່ຄຳຖາມຕ່າງໆ ທີ່ພວກເຂົາຄົ້ນຄວ້າ ແມ່ນເຮັດແນວໃດ ຈື່ງສ້າງ ສະພາບແວດລ້ອມ ທີ່ເປີດໃຫ້ຜູ້ຄົນ ເຂົ້າມາຕິດແທດ ກັບອຳນາດທາງຈິດວິນຍານ ທີ່ຖືກປົດປ່ອຍອອກ ຜ່ານບົດສວດມົນ ແລະ ການອາທິຖານ; ເຮັດແນວໃດ ຈຶງສາມາດສ້າງຄວາມແຂງແກ່ນ ໃຫ້ກັບ ສາຍສຳພັນລະຫວ່າງໝູ່ເພື່ອນ ແລະ ລິເລີ່ມຮູບແບບ ການສື່ສານທີ່ມີຄວາມໝາຍ ໃນໝູ່ຄົນຈາກພື້ນ ຖານທີ່ຫຼາກຫຼາຍ; ເຮັດແນວໃດ ຈື່ງສາມາດເຮັດໃຫ້ການສຶກສາຂອງເດັກ ກາຍເປັນສ່ວນແກ່ນກາງ ຂອງຊີວິດຊຸມຊົນ; ເຮັດແນວໃດ ຈື່ງສາມາດບຳລຸງຮັກສາ ສະພາບແວດລ້ອມບັນຍາກາດ ທີ່ຊ່ວຍໃຫ້ ຊາວໜຸ່ມພັດທະນາ ຂີດຄວາມສາມາດທາງດ້ານພິບໄຫວ ແລະ ທາງດ້ານຈິດວິນຍານ; ເຮັດແນວໃດ ຈື່ງຈະສ້າງກົນໄກເຄື່ອນໄຫວ ພາຍໃນຫົວໜ່ວຍຄອບຄົວ ເພື່ອໃຫ້ເກີດຄວາມຮັ່ງມີທາງດ້ານວັດຖຸ ແລະ ຈິດວິນຍານ.

ໃນການຕອບຮັບ ຕໍ່ບົດຮຽນທີ່ພວກເຂົາຮຽນ ແລະ ດ້ວຍການອຸ້ມຊູ ຈາກສະຖາບັນຕ່າງໆຂອງພວກເຂົາ, ຜູ້ເຂົ້າຮ່ວມ ລຸກຂື້ນປະຕິບັດ ໃນຮູບແບບຕ່າງໆ ຂອງການຮັບໃຊ້. ຍິງ ແລະ ຊາຍ, ທັງຄົນໜຸ່ມ ແລະ ຜູ້ອາວຸໂສ, ເຫັນໄດ້ເຖິງພະລັງທີ່ເຂົາມີໃນກຳມືຂອງເຂົາ ເພື່ອສ້າງໂລກໃໝ່ຂື້ນ ອ້ອມຕົວຂອງເຂົາ. ໃນ ຂະນະທີ່ຈຳນວນຜູ້ຄົນເພີ່ມຂື້ນ ກຳລັງອຸທິດຕົນ ຕໍ່ວິໄສທັດແຫ່ງການປ່ຽນແປງ ໃນລະດັບບຸກຄົນ ແລະ ສ່ວນລວມ ໂດຍໄດ້ຮັບການອຸປະຖຳ ໂດຍຫຼັກສູດຕ່າງໆຂອງສະຖາບັນ, ຂີດຄວາມສາມາດ ກໍ່ຄ່ອຍໆ ຖືກສ້າງຂື້ນ ພາຍໃນຊຸມຊົນ ເພື່ອສະທ້ອນໃຫ້ເຫັນຮູບແບບຊີວິດ ທີ່ວາງການຮັບໃຊ້ ແລະ ການບູຊາ ໄວ້ເປັນໃຈກາງ.

 

 

 

ການຊຸມນຸມ ອະທິຖານ

ການຊຸມນຸມອະທິຖານ ງອກເງີຍຂື້ນຕາມທຳມະຊາດ ໃນຊຸມຊົນບ່ອນທີ່ການສົນທະນາ ກ່ຽວກັບມິຕິ ຂອງຈິດວິນຍານ ໃນການມີຊີວິດຂອງມະນຸດນັ້ນ ກຳລັງກະຈາຍອອກ. ໃນຫຼາກຫຼາຍສະພາບການ, ຊາວບາຮາຍ ແລະ ໝູ່ເພື່ອນຄອບຄົວ ຮ່ວມເປັນໜື່ງດຽວໃນການອາທິຖານ. ບໍ່ມີພິທີກຳ; ບໍ່ມີບຸກ ຄົນໃດມີໜ້າທີ່ພິເສດ. ການຊຸມນຸມສ່ວນໃຫຍ່ ປະກອບດ້ວຍການອ່ານບົດອະທິຖານ ແລະ ບົດຕອນ ພຣະວັດຈະນະ ຈາກຄຳພີສັກສິດບາຮາຍ ທາມກາງບັນຍາກາດທີ່ເປັນກັນເອງ ແຕ່ກໍ່ເຕັມໄປດ້ວຍ ການໃຫ້ກຽດເຊິ່ງກັນແລະກັນ. ແຮງບັນດານ ຂອງການບູຊາແບບເປັນຊຸມຊົນ ໄດ້ຖືກກຳເນີດໂດຍ ການເຕົ້າໂຮມແບບງ່າຍໆເຫຼົ່ານີ້, ແລະ ແຮງບັນດານນີ້ ກໍ່ເລີ່ມສົ່ງກິ່ນອາຍ ໄປທົ່ວທຸກກິດຈະກຳ ຂອງຊຸມຊົນໂດຍລວມ. ໃນປັດຈຸບັນ ການຊຸມນຸມອະທິຖານ ນັບພັນໆແຫ່ງ ກຳລັງດຳເນີນ ຢູ່ທົ່ວທຸກມຸມໂລກ – ໃນຕົວເມືອງ ແລະ ເຂດນອກເມືອງ, ເຊັ່ນດຽວກັບໃນໝູ່ບ້ານ.

ການຮຽນຮູ້ຢ່າງລະອຽດ ກ່ຽວກັບຄຳສອນບາຮາຍ ຕາມຫົວຂໍ້ຊີວິດແຫ່ງການອະທິຖານ ແລະ ບູຊາ, ລວມທັງບົດຂຽນ ຂັດຈ້ອນມາຈາກຄຳສອນບາຮາຍ ທີ່ກ່ຽວກັບຫົວຂໍ້ດັ່ງກ່າວ, ສາມາດອ່ານຕໍ່ໄດ້ໃນ ຫົວຂໍ້ການອະທິຖານ ໃນໜ້າ “ຄວາມເຊື່ອບາຮາຍ” ຂອງເວັບໄຊນີ້.

 

ຊັ້ນຮຽນເດັກ

ຊາວບາຮາຍເຫັນຊາວໜຸ່ມ ເປັນສົມບັດອັນມີຄ່າທີ່ສຸດ ທີ່ຊຸມຊົນໜື່ງຈະມີໄດ້. ຊາວໜຸ່ມແມ່ນຄຳ ໝັ້ນສັນຍາ ແລະ ການຮັບປະກັນແຫ່ງອະນາຄົດ. ແຕ່ຫາກວ່າ, ເພື່ອທີ່ຄຳໝັ້ນສັນຍານີ້ ຈະກາຍເປັນຈິງໄດ້, ເດັກນ້ອຍຈຳຕ້ອງໄດ້ຮັບ ການລ້ຽງດູທາງຈິດວິນຍານ. ໃນໂລກທີ່ຄວາມຍິ້ມແຍ້ມ ແລະ ຄວາມໄຮ້ດຽງສາ ຂອງໄວເດັກ ສາມາດຖືກທັບຖົມໄດ້ຢ່າງງ່າຍດາຍ ໂດຍການໄລ່ຫຼ່າ ວັດຖຸ ທີ່ຮຸນແຮງ, ການປູກຝັງຈິດສຳນຶກ ແລະ ການສຶກສາທາງດ້ານຈິດວິນຍານ ຂອງເດັກນ້ອຍ ຍິງກາຍເປັນ ສິ່ງສຳຄັນທີ່ຫຼິກລ່ຽງບໍ່ໄດ້. ຊຸມຊົນບາຮາຍໃນແຕ່ລະ ລະດັບ ກໍ່ມີສະຕິສູງ ຕໍ່ຄວາມຕ້ອງການ ໃນການຕອບຮັບ ກັບຄວາມໄຝຝັນທາງຈິດວິນຍານຂອງຊາວໜຸ່ມ, ແລະ ຊາວໜຸ່ມຜູ້ມີອາຍຸສູງກວ່າ ໂດຍທຳມະດາ ກໍ່ມີຄວາມກະຕືລືລົ້ນ ທີຈະຮັບຜິດຊອບ ໃນການພັດທະນາ ຂອງນ້ອງ ຜູ້ອາຍຸນ້ອຍກວ່າເຂົາເອງ. ກິດຈະກຳການສຶກສາສຳລັບເດັກ, ຍ້ອນເປັນເຊັ່ນນີ້, ຫຼາຍເທື່ອ ຈຶ່ງກາຍເປັນກິດຈຳກຳທຳອິດ ທີ່ທະວີຄູນຈໍານວນກ່ອນໝູ່ໃນຊຸມຊົນ.

“ປຽບມະນຸດ ເປັນເໝືອງທີ່ອຸດົມດ້ວຍມະນີທີ່ປະເມີນຄ່າບໍ່ໄດ້. ການສຶກສາ, ເທົ່ານັ້ນ, ທີ່ສາມາດ ເປີດເຜີຍສົມບັດລ້ຳຄ່າ, ແລະ ອຳນວຍໃຫ້ມະນຸດຊາດຮັບປະໂຫຍດໄດ້” – ພຣະບາຮາອຸລລາຫ໌

ໃນຫຼາຍປີມານີ້, ສະຖາບັນຝຶກອົບຮົມທັງຫຼາຍໃນໂລກ ໄດ້ເປັນສ່ວນທີ່ເພີ່ມຄວາມສຳຄັນຂື້ນເລື່ອຍໆ ໃນການຝືກຝົນ ຄູສອນຊັ້ນຮຽນ ເພື່ອການສຶກສາທາງຈິດວິນຍານຂອງເດັກນ້ອຍ. ບົດຮຽນທີ່ຖືກພັດ ທະນາຂື້ນ ເພື່ອນຳໃຊ້ໂດຍສະຖາບັນຕ່າງໆ ເນັ້ນການສ້າງຄຸນນະສົມບັດທາງຈິດວິນຍານ – ຕົວຢ່າງ ເຊັ່ນ, ຄວາມຊື່ສັດ, ຄວາມເອື້ອເຝື້ອເພື່ອແຜ່, ຄວາມມີຫົວໃຈບໍລິສຸດ, ແລະ ຄວາມມີນ້້ຳໃຈ, ເປັນຕົ້ນ – ຄຸນນະສົມບັດເຫຼົ່ານີ້ ຖືເປັນຄຸນລັກສະນະ ຂອງພຣະຜູ້ເປັນເຈົ້າ ທີ່ໄດ້ສະທ້ອນເງົາລົງໃນແກ້ວ ແວ່ນ ຂອງຫົວໃຈມະນຸດ. ປີແລ້ວປີເລົ່າ, ບົດຮຽນຕ່າງໆເພີ່ມພູນຂື້ນ ບົນຄວາມເຂົາໃຈຂອງຄຸນສົມບັດເຫຼົ່ານີ້ ແລະ ເສີມສ້າງບົດຮຽນໃໝ່ທີ່ກ່ຽວກັບປະຫວັດ ແລະ ຄຳສອນຂອງສາສະໜາບາຮາຍ. ເປົ້າໝາຍ ແມ່ນເພື່ອໃຫ້ເດັກເຫຼົ່ານີ້ ກ້າວໄປຮອດຂັ້ນທີ່ ເຂົາສາມາດເຂົ້າໃຈ ແລະ ປະຕິບັດຕາມຄວາມຈຳເປັນ ເພື່ອດູແລ ການພັດທະນາທາງຈິດວິນຍານຂອງເຂົາເອງ ແລະ ປະກອບສ່ວນເຂົ້າໃນການຢູ່ເຢັນເປັນ ສຸກຂອງສັງຄົມ.

ສະຖາບັນຕ່າງໆໃນສາສະໜາ ກໍ່ຍັງໃຫ້ຄວາມສົນໃຈເປັນພິເສດ ຕໍ່ຄຳຖາມກ່ຽວກັບການສ້າງ ສັບພະຍາກອນມະນຸດ ເພື່ອການຈັດຊັ້ນຮຽນເດັກ. ດັ່ງນີ້, ພວກເຂົາໄດ້ຈັດແບ່ງສັບພະຍາກອນ ຈຳນວນບໍ່ໜ້ອຍ ເຂົ້າໃນການລິເລີ່ມ ແລະ ບຳລຸງຮັກສາ ລະບົບຂອງການປະສານງານ ທີ່ມີປະສິດທິພາບ ເພື່ອການຝືກອົບຮົມຄູ່ສອນ. ການເປີດຊ່ອງທາງໃຫ້ການແຜ່ກະຈາຍ ຂອງຄຳແນະນຳຕ່າງໆ, ບົດຮຽນ ຕ່າງໆ, ແລະ ບົດຮຽນປະສົບການຕ່າງໆ ໃຫ້ໄປເຖິງລະດັບຮາກຫຍ້າ ແລະ ຈາກຮາກຫຍ້າ ສູ່ສະຖາບັນ.

 

ກິດຈະກຳທາງສັງຄົມ

ຄວາມພະຍາຍາມຂອງຊາວບາຮາຍ ຕໍ່ກິດຈະກຳທາງສັງຄົມ ແມ່ນເພື່ອຊຸກຍູ້ ຍົກລະດັບຄວາມເປັນ ຢູ່ທາງສັງຄົມ ແລະ ວັດຖຸ ຂອງຜູ້ຄົນທົ່ວທຸກລະດັບ, ບໍ່ວ່າຈະມີພື້ນຖານຄວາມເຊື່ອແນວໃດ. ຄວາມ ພະຍາຍາມດັ່ງກ່າວມີແຮງບັນດານໃຈ ມາຈາກຄວາມປາດຖະໜາທີ່ຈະຮັບໃຊ້ມະນຸດຊາດ ແລະ ປະກອບສ່ວນ ເຂົ້າໃນການປ່ຽນແປງສັງຄົມ ໄປໃນທາງສ້າງສັນ. ທັງສອງຢ່າງນີ້ ລວມເປັນຂະບວນການ ຮຽນຮູ້ ທີ່ກຳລັງຂະຫຍາຍຕົວ ໂດຍຄຳນຶງເຖິງການນຳໃຊ້ຄຳສອນ ຂອງພຣະບາຮາອຸລລາຫ໌, ຕາມ ດ້ວຍຄວາມຮູ້ທີ່ໄດ້ສະສົມມາ ໃນຂະແໜງການຕ່າງໆ ຂອງຄວາມກ້າວໜ້າຂອງມະນຸດ, ໃຫ້ກາຍເປັນ ຈິງໃນສັງຄົມ.

ບັນຫາການພັດທະນາທາງສັງຄົມ ແລະ ເສດຖະກິດ ມີຄວາມສັບຊ້ອນ, ແລະ ຄວາມພະຍາຍາມ ຂອງຊາວບາຮາຍ ທີ່ຈະມີສ່ວນຮ່ວມໃນວຽກງານສັງຄົມ, ປ່ຽບທຽບກັນແລ້ວ, ຖືໄດ້ວ່າຍັງມີໜ້ອຍ. ຄວາມພະ ຍາຍາມໃນກຸ່ມນ້ອຍ ໃນເຂດໃດໜື່ງ ຕາມປົກກະຕິ ກໍ່ແມ່ນຕາມບ່ອນທີ່ມີການຝືກອົບຮົມ ຂອງສະຖາບັນຝຶກອົບຮົມ ດຳເນີນຢູ່ຢ່າງກ້ວາງຂວາງ. ຄວາມພະຍາຍາມ ເກີດມາຈາກ ຈິດສຳນຶກສ່ວນລວມ ທີ່ເລີ່ມແຜ່ຫຼາຍ. ສ່ວນຫຼາຍແມ່ນໂຄງການທີ່ມີກຳນົດເວລາ. ໂຄງການເຫຼົ່ານີ້ ສິ້ນສຸດລົງ ເມື່ອໄດ້ຕາມເປົ້າໝາຍແລ້ວ. ໂຄງການເຫຼົ່ານີ້້ອາດກ່ຽວຂ້ອງກັບໜື່ງໃນຂະແໜງຕ່າງໆ ຕົວຢ່າງເຊັ່ນ, ສາທາລະນະສຸກ, ອະນາໄມ, ການສຶກສາ, ການກະເສດ ຫຼື ສິ່ງແວດລ້ອມ. ດ້ວຍພາກສ່ວນໃດກໍ່ຕາມ, ແນ່ໃສ່ການປັບປຸງບາງປັດໄຈ ໃນຊີວິດຂອງປະຊາກອນທ້ອງຖິ່ນ. ໃນກໍລະນີຈຳນວນໜື່ງ, ຜູ້ທີ່ເຂົ້າຮ່ວມໃນລະ ດັບຮາກຫຍ້າ ວຽກງານຂອງສັງຄົມ ກໍ່ສາມາດຂະຫຍາຍອອກໄປ ເປັນສ່ວນໜື່ງຂອງກິດຈະກຳ ໃນລັກສະນະທີ່ເປັນທຳມະຊາດ, ແລະ ຄວາມພະຍາຍາມຂອງພວກເຂົາ ກັບກາຍເປັນໂຄງການທີ່ຢືນຍົງ, ແບບມີການຈັດຕັ້ງບໍລິຫານ. ໃນກໍລະນີເຊັ່ນນີ້, ອົງການຊ່ວຍເຫຼື່ອທີ່ບໍ່ຫວັງກຳໄລ ແລະ ບໍ່ຂື້ນກັບ ລັດຖະບານ ອາດກໍ່ຖືກຕ້ັງຂື້ນ ໂດຍກຸ່ມຊາວບາຮາຍ, ຫຼາຍເທື່ອກໍ່ຮ່ວມມືກັບເພື່ອນຮ່ວມງານ ທີ່ມີທັດສະນະຂະຕິດຽວກັນ, ເພື່ອແກ້ໄຂບາງບັນຫາ ໃນການພັດທະນາສັງຄົມ ແລະ ເສດຖະກິດ. ປະຕິບັດງານບົນ ຄຳສອນຫຼັກ ຂອງສາສະໜາບາຮາຍ, ໃນທົ່ວໄປມັກເອີ້ນວ່າ “ອົງການລິເລີມໂດຍບາຮາຍ”. ມັນໄດ້ ຊ່ວຍສະໜອງຂີດຄວາມສາມາດ ໃນລະດັບສະຖາບັນໃນປະເທດໜື່ງໆ ຫຼື ຂົງເຂດໜື່ງ ເພື່ອຕອບຮັບ ກັບການພັດທະນາ. ຕາມປົກກະຕິ, ອົງການດັ່ງກ່າວ ຈະເລີ່ມຕົ້ນດ້ວຍວຽກງານປະຖົມປະຖານ ແລະ ຈະຄ່ອຍໃຫ້ໜ້າວຽກ ເພີ່ມຄວາມຊັບຊ້ອນຂື້ນຕາມເວລາ.

ສຳລັບຊຸມຊົນໃນຫຼາຍພູມພາກ, ສິ່ງທີ່ຄຳນຶງເຖິງທຳອິດ ແມ່ນການຮັບປະກັນວ່າເດັກນ້ອຍ ແລະ ຊາວໜຸ່ມຂອງເຂົາ ໄດ້ຮັບການສຶກສາຢ່າງພຽງພໍ. ໃນປັດຈຸບັນ, ໄດ້ມີອົງການລິເລີ່ມໂດຍບາຮາຍຈຳ ນວນໜື່ງ ທີ່ໄດ້ອອກແບບແຜນທີ່ຈະແຈ້ງ, ໂດຍສະເພາະພາກສ່ວນການສຶກສາ, ແລະ ສະມາຊິກຊຸມ ຊົນໃນຖ້ອງຖິ່ນໃນທົ່ວໂລກ, ໂດຍອີງໃສ່ການຝືກອົບຮົມ ໃນຫຼັກສູດຢ່າງຕໍ່ເນື່ອງ, ສາມາດເອົາແນວ ທາງແບບແຜນການປະຕິບັດ ມານຳໃຊ້. ຊາວໜຸ່ມຍິງ ຊາຍ ຜູ້ມີຄວາມສາມາດຫຼາຍຄົນ, ຜູ້ເຊິງອາດ ຕ້ອງຖືກບັງຄັບ ໃຫ້ອອກໄປຫາງໄກ ຈາກໝູ່ບ້ານຂອງເຂົາ ເພື່ອຊອກຫາວຽກເຮັດງານທໍາ, ຊາວໜຸ່ມເຫຼົ່ານີ້ ຍິງໄດ້ຮັບປະໂຫຍດຈາກໂຄງການ. ຄວາມຮັບຮູ້ ແລະ ຄວາມສຳນານໃໝ່ໆ ກໍ່ເສີມເຂົ້າກັບທີ່ເຂົາໄດ້ພັດທະນາມາແລ້ວ ໃນຫຼັກສູດຂອງສະຖາບັນ. ແລະ ພວກເຂົາກາຍເປັນຕົວກະຕຸ້ນໃຫ້ກ້າວໜ້າຕື່ມ: ຂີດຄວາມສາມາດ ເພີ່ມຂື້ນພາຍໃນຊຸມຊົນ, ແມ້ແຕ່ພຽງໜ້ອຍດຽວກໍ່ຕາມ, ເພື່ອວ່າຈະລົງພາກປະຕິບັດຮ່ວມກັນ ໃນຂະແໜງຕ່າງໆ ເຊັ່ນ ການສຶກສາ, ສຸຂະພາບ ແລະ ສະບຽງອາຫານ ແລະ ເພື່ອຕໍ່ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ທີ່ກຳລັງມ້າງເພເສັ້ນໃຍຂອງສັງຄົມ. ໃນສະພາບແວດລ້ອມດັ່ງກ່າວ, ສະພາຜູ້ປົກຄອງທ້ອງຖິ່ນ ຫຼື ເອີ້ນວ່າ ທັມມະສາພາທ້ອງຖິ່ນ ຮັບໃຊ້ເປັນສຽງກາງ ເປັນຜູ້ທີ່ໄດ້ຮັບອຳນາດຕັດສິນຊີ້ແຈ້ງ ຕາມຈິດສຳນຶກ. ທັມມະສະພາ ພົວພັນກັບການຈັດຕັ້ງສັງຄົມ ແລະ ອໍານາດການປົກຄອງພາຍໃນຂົງເຂດ, ເຂົ້າຂໍຄຳປຶກສາ ກ່ຽວກັບວຽກງານພັດທະນາໝູ່ບ້ານ ແລະ ລະແວກບ້ານ ທີ່ຊາວບາຮາຍກຳລັງດຳເນີນຢູ່. ມັນຍັງເຮັດໃຫ້ໝັ້ນໃຈວ່າ, ໃນລະຫວ່າງທີ່ກຸ່ມຄົນນ້ອຍໆ ທີ່ກຳລັງບຸກບືນປັບປຸງສະພາບການເປັນຢູ່ ໃນທ້ອງຖິ່ນ, ຄວາມຄົບຖ້ວນຖືກຕ້ອງ ໃນວຽກງານຂອງເຂົາ ຈະບໍ່ຖືກລົບກວນ. ໂຄງການທີ່ມີເປົ້າໝາຍ ສູງເກີນ ທີ່ອາດນຳໃຊ້ແຮງງານຫຼາຍ ແລະ ໃນທີ່ສຸດກໍ່ຢຸດສະງັກ ໂຄງການນັ້ນກໍ່ຕ້ອງຫຼີກລ້ຽງ. ຄວາມພະຍາຍາມເຕີບ ໃຫຍ່ຂື້ນ ໃນການຮັກສາລະດັບຂີດຄວາມສາມາດ ຂອງປະຊາກອນໃນທ້ອງຖິ່ນ ເພື່ອນຳພາພວກເຂົາໄປໜ້າ. ຄວາມຍືນຢົງກໍ່ຄືຜົນໄດ້ຮັບ ຕາມທຳມະຊາດຂອງຂະບວນການນີ້ເອງ. ສຳລັບຊາວບາຮາຍ, ວຽກງານສັງຄົມ ແມ່ນດຳເນີນໄປດ້ວຍຄວາມຕັ້ງໃຈວ່າ ໃນແຕ່ລະກຸ່ມປະຊາຊົນ ຈະສາມາດນຳຮອຍ ການກ້າວໜ້າຂອງເຂົາເອງໄດ້. ການປ່ຽນແປງທາງສັງຄົມ ບໍ່ແມ່ນໂຄງການໃດໜື່ງ ທີ່ກຸ່ມຄົນໃດໜື່ງຈະ ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ອີກກຸ່ມຄົນໜື່ງ.